ການຊື້ຂາຍ Forex ຈະມີ 2 ປັດໄຈພື້ນຖານທີ່ໃຊ້ໃນການຊື້ຂາຍ.
1 ການວິເຄາະໂດຍໃຊ້ປັດໄຈພື້ນຖານ ຫຼື Fundamental analysis
2 ການວິເຄາະໂດຍໃຊ້ປັດໄຈພື້ນຖານທາງເທັກນິກ ຫຼື Technical analysis
1 ການວິເຄາະໂດຍໃຊ້ປັດໄຈພື້ນຖານທີ່ ຫລື Fundamental analysis
ການວິເຄາະປັດໄຈພື້ນຖານຄືວິທີການທີ່ຊອກຫາທິດທາງຕະຫຼາດຜ່ານເສດຖະກິດສັງຄົມ, ການເມືອງ, ທີ່ມີຜົນກະທົບຕໍ່ອຸປະສົງ ແລະ ອຸປະທານ ຫຼື ອີກຢ່າງໜຶ່ງເອີ້ນວ່າໃຫ້ສັງເກດໄປທີ່ເສດຖະກິດຂອງແຕ່ລະປະເທດວ່າ ປະເທດໃດດີກວ່າ ແລະ ເສດຖະກິດຂອງປະເທດໃດກຳລັງຕົກຕໍ່າ ຄວາມຄິດພື້ນຖານໃນການວິເຄາະແບບນີ້ຄື ຖ້າປະເທດທີ່ມີເສດຖະກິດດີຄ່າເງິນຂອງພວກເຂົາກະຈະດີໄປດ້ວຍ ເພາະວ່າປະເທດທີມີເສດຖະກິດດີກວ່າ ຄວາມໜ້າເຊື່ອຖືຕໍ່ຄ່າເງິນນັ້ນນ່ອມມີຫຼາຍກວ່າ ຂ່າວທີມີຜົນຕໍ່ຕະຫຼາດ Forex ມີດັ່ງນີ້:
-
ຕົວເລກການຈ້າງງານນອກພາກເສດຖະກິດ ( NFP ຫຼື Non-Farm Payroll ).
-
ຕົວເລກດັດຊະນີຜຸ້ຈັດການຝ່າຍຊື້ ( PMI ຫຼື Purchasing Managers Index )
-
ດັດຊະນີລາຄາຜູ້ບໍລິໂພກ ( CPI ຫຼື Consumer Price Index ) .
-
ຕົວເລກຂາຍຍ່ອຍ ( Retail Sales ) .
-
ຕົວເລກສິນຄ້າຄົງທີ (Double Goods ) .
-
ຕົວເລກການເພີ່ມ ແລະ ຫຼູດອັດຕາດອກເບ້ຍ (Funds Rate).
2. ການວິເຄາະໂດຍປັດໄຈດ້ານເທກນິກ ຫຼື Technical analysis
ການວິເຄາະທາງເທກນິກ
ເປັນການສຶກສາທິດທາງຂອງລາຄາ ຫຼື ເອີ່ນອີກຢ່າງໜຶ່ງວ່າ ການວິເຄາະ
ກຣາຟ ແນວຄິດກໍຄື ເຮົາສາມາດໃຊ້ທິດທາງການເຄື່ອນໄຫວຂອງກຣາຟໃນອະດີດ
ແລະ ພື້ນຖານຂອງພຶດຕິກຳລາຄາ ມາຕັດສິນວ່າລາຄາຈະໄປໃນທິດທາງໃດ
ໂດຍການເບິ່ງກຣາຟນັ້ນຈະເຮັດໃຫ້ທ່ານບອກທິດທາງ ຫຼື ຮູບແບບຂອງກຣາຟເຊິ່ງສາມາດຊ່ວຍຫາໂອກາດໃນການຊື່ຂາຍດີໆໄດ້ເຊິ່ງຮູບແບບທັ່ວໄປສ່ວນໃຫຍ່ທີ່ໃຊ້ໃນການວິເຄາະທາງເທກນິກທີ່ມັກເຫັນໃນຕະຫຼາດແລກປ່ຽນສະກຸນເງີນຕາຕ່າງປະເທດມີດັ່ງນີ້:
ປະເພດການເທຣດການ ເທຣດແບ່ງໄດ້ 4 ແບບ ໂດຍແບ່ງຈາກໄລຍະເວລາໃນການຖື Order
1.Scalping Trade
2.Day Trade
3.Swing Trade
4.Swap Trade
1.Scalping Tradeເປັນການເທຣດທີ່ໃຊ້ເວລາຖື Order ໜ້ອຍທີ່ສຸດ ໃນ 4 ຊະນິດການເທຣດ
●ຂໍ້ດີ
ກໍ່ການເທຣດໃນເວລາສັ້ນໆ ເຖິງແມ່ນຈະຂາດທຸນກໍບໍ່ຫລາຍ ແລ້ວເວລາໃນການຖື Order ໜ້ອຍ ອ່ານກຣາຟງ່າຍ
●ຂໍ້ເສຍ
ໄດ້ກຳໄຣນ້ອຍ ແລະຕ້ອງຄອຍຖ້າຈ້ອງກຣາຟ+ໜ້າດອຕະຫລອດເວລາ ບໍ່ໄດ້ Swap
●ເວລາໃນການຖື Order ບໍ່ຈັກວິນາທີ ຫລື ບໍ່ຈັກນາທີ
2.Day Tradeໃຊ້ເວລາຖື Order ຫລາຍກວ່າແບບແຮກ ຈະກໍ່ການເທຣດພາຍໃນ 1 ມື້ 1ຊັ່ວໂມງເທື່ອ
ຫລື ຫຼາຍໆ ຊົ່ວໂມງເທື່ອ ຈະບໍ່ຖື Order ຂ້າມຄືນ
●ຂໍ້ດີ
ເນື່ອງຈາກຖື Order ດົນກວ່າແບບທຳອິດ ຈຶ່ງເຮັດໃຫ້ມີໂອກາດໄດ້ກຳໄລຈາກການເທຣດທີ່ສູງກວ່າ ກຣາຟອ່ານບໍ່ຍາກຫລາຍ ເນື່ອງຈາກເປັນກຣາຟໄລຍະສັ້ນ ບໍ່ຕ້ອງເບິ່ງຈໍຄອມຕະຫລອດເວລາ
●ຂໍ້ເສຍຄົງເປັນທີ່ບັນຊີກອົງ Day
Trade ບາງບໍລິສັດທີ່ຈະບັງຄັບຕັດ Order ຫຼັງ 1 ມື້ ແລະ ບໍ່ໄດ້ຄ່າ Swap
●ເວລາໃນການຖື Order ຫຼາຍນາທີ ຫຼາຍຊັ່ວໂມງ ແຕ່ພາຍໃນ 1 ມື້
3.Swing Trade ແບບ ທີ່ 3 ກໍຈະມີໄລຍະເວລາໃນການຖື Order ຫລາຍຂຶ້ນໄປອີກຈະຖື Order ຫຼາຍໆມື້
ຫລືຫຼາຍໆ ອາທິດ ກໍຈະໄດ້ກຳໄລ 2 ທາງຖ້າເຮົາເກັງຄ່າເງີນຖືກ ຄື ຄ່າSwap ແລະ ກຳໄລຈາກຄ່າເງີນ
●ຂໍ້ດີໄດ້ຄ່າ Swap ແລະ ເນື່ອງຈາກຖື Order ໄວ້ດົນຈຶ່ງມີໂອກາດໄດ້ກຳໄລຫລາຍ
ບໍ່ຕ້ອງຖ້າຈໍຄອມແລະກຣາຟຕະຫລອດເວລາ
●ຂໍ້ເສຍ ກຣາຟຈະອ່ານຍາກຂຶ້ນ ແລະ ອາດຈະຕ້ອງໃນການວິເຄາະທາງ Fundamental ເຂົ້າມາຊ່ວຍ ເນື່ອງຈາກເລີ່ມເປັນກຣາຟໄລຍະຍາວ ແນ່ນອນວ່າມີໂອກາດໄດ້ກຳໄລຫລາຍກໍຈິງ
ຄວາມສ່ຽງທີ່ຈະຂາດທຶນກໍມີຫລາຍຕາມໄປດ້ວຍ ແລະທີ່ສຳຄັນເຖິງແມ່ນຈະໄດ້ຄ່າ Swap ທຸກມື້ ແຕ່ບາງຄູ່ເງີນກໍຈະມີ Swap ເປັນ ລົບ ກ່ອນຊື້ຈຶ່ງຕ້ອງສຶກສາດີໆ
●ເວລາ
ໃນການຖື Order ຫຼາຍມື້ ຫຼາຍອາທິດ ຫຼາຍເດືອນ
4.Swap Trade ການເທຣດແບບສຸດທ້າຍ ເປັນການເທຣດທີ່ຕ່າງຈາກແບບອື່ນໆ ໂດຍຈະເນັ້ນໄປທີ່ການຫວັງກຳໄລຈາກຄ່າ Swap (ສ່ວນຕ່າງດອກເບ້ຍຂອງທະນາຄານແຕ່ລະປະເທດ ລາຍລະອຽດຂອງ Swap ໄວ້ຈະອະທິບາຍພາຍຫລັງ)
ຄືເງີນເກັບໃນຮູບແບບເງິນຕາຕ່າງປະເທດນັ້ນເອງ ແຕ່ຂໍ້ດີກວ່າຄືໄດ້ ຄ່າ Swap ເຂົ້າບັນຊີທຸກມື້ ແລະມີລະບົບ Leverage ທີ່ເຮັດໃຫ້ເຮົາຫລິ້ນຈຳນວນເງິນໄດ້ຫລາຍກວ່າເງິນທຸນຈິງທີ່ເຮົາມີ
●ຂໍ້ດີ
ໄດ້ຄ່າ Swap ເຂົ້າບັນຊີທຸກມື້ ແລະ ບໍ່ຕ້ອງຈໍຄອມ ແລະ ກວດຄ່າເງີນຕະຫລອດເວລາ
●ຂໍ້ເສຍ
ໄດ້ຄ່າ Swap ຫລາຍກໍຈິງ ແຕ່ຖ້າໃນພາຍຫຼັງຄ່າເງີນບໍ່ເປັນໄປຕາມທີ່ເຮົາຄາດກໍມີໂອກາດຂາດທຸນໄດ້
ເນື່ອງຈາກຕ້ອງຖື Order ໄລຍະຍາວເປັນປີ ຫລື ຫຼາຍປີ ຈຶ່ງຕ້ອງໃຊ້ການວິເຄາະທາງ Fundamental ເຂົ້າມາຊ່ວຍ ຄາດການຍາກກວ່າກຣາຟໄລຍະສັ້ນ ຂອງຄູ່ເງິນທີ່ Swap ເປັນ ລົບກໍມີຕ້ອງສຶກສາດີໆ ເຊັ່ນກັນ
ເວລາໃນການຖື Order 1 ປີຂຶ້ນໄປ
1. MT4 ຫຍໍ້ມາຈາກຄຳວ່າ Meta Trader 4 trading terminal
2. ໄປທີ່ໜ້າເວັບຂອງໂບຣຄເກີຣ໌ໃດກໍໄດ້ ຕາມພາບດ້ານລຸມ ເຮົາເລືອກ FBS ເລືອກຕິດຕັ້ງເທິງ windows
3. ຫຼັງຈາກດາວໂຫລດສໍາເລັດເປັນ, ໄຟລ໌ຈະເບິ່ງຄືແນວນີ້.
4. ກົດ 2 ຄັ້ງທີ່ໄຟລ໌ ແລ້ວກົດການຕິດຕັ້ງ Run
5. ກັດ Yes,I agree with all terms of the license agreement ແລ້ວ Next
6. ກົດ Finish ຫຼັງຈາກນີ້ໂປຣແກມຈະເປີດຂຶ້ນເອງ Auto
7.ໜ້າຕາໂປຣແກມ MT4 ໂດຍທົ່ວໄປຈະເປັນແບບນີ້
8. ເປີດ Demo ເປັນ ໃຫ້ຄລິກໃສ່ FBS Demo ຄລິກ ຕໍ່ໄປ.
9. ກົດຕົວຢ່າງ New Demo account ແລ້ວກົດ Next
10. ຕື່ມຂໍ້ມູນໃສ່ໃນລາຍລະອຽດ, ຫຼັງຈາກນັ້ນກົດ I agree ກົດ Next
11.ຫຼັງຈາກນັ້ນໄດ້ໝາຍເລກເທຣດ Demo, Password, Investor ຫຼັງຈາກນັ້ນ Finish
12.ໜ້າຕາໂປຣແກຣມ MT4 ກໍຈະເປັນແບບທີ່ເຫັນ
ໝາຍເລກບັນຊີເທຣດເດໂມມາແລ້ວ (ເງິນປອມໃນສະພາວະຕະຫຼາດຈິງ)
ປະເພດຂອງກຣາຟ
ກຣາຟທີ່ໄດ້ຮັບຄວາມນິຍົມຫລາຍທີ່ສຸດສາມອັນດັບ:
1. Line chart
2. Bar chart
3. Candlestick chart
1. Line Charts
ເປັນກຣາຟແບບທຳມະດາທີ່ວາດເສັ້ນຈາກລາຄາປິດທີ່ໜຶ່ງໄປຢັງລາຄາປິດອີກຈຸດໜຶ່ງ ເມື່ອເອົາເສັ້ນມາເຊື່ອມກັນ
ເຮົາກໍຈະເຫັນລາຄາເຄື່ອນໄຫວ ໃນຊ່ວງເວລານັ້ນ ໆ
ນິ້ເປັນຕັວຢ່າງຂອງ line chart ຂອງ EUR/USD
2.Bar chart
ກໍສະແດງລາຄາປິດຄືກັນ
ແຕ່ວ່າກໍບອກລາຄາເປີດໄດ້ດ້ວຍ ພ້ອມທັງຈຸດສູງສຸດແລະຈຸດຕ່ຳສຸດຂອງລາຄາ ເສັ້ນແນວຕັ້ງທີ່ສະແດງຈຸດທີ່ຢູ່ຕ່ຳສຸດຂອງບາຣ໌ສະແດງ ລາຄາທີ່ຕ່ຳສຸດທີ່ມີການເທຣດໃນຊ່ວງເວລານີ້ ຂະນະທີ່ຈຸດສຸງສຸດຂອງບາຣ໌ກໍຄືລາຄາສູງສຸດຂອງຊ່ວງເວລາດັ່ງກລ່າວຄືກັນ ດັ່ງນັ້ນມັນຈຶ່ງບອກໄລຍະຂອງລາຄາທີ່ເຄື່ອນໄຫວ
ແລະເສັ້ນແນວຂວາງດ້ານຊ້າຍຂອງບາຣ໌ນັ້ນ ເປັນລາຄາເປີດ ແລະດ້ານຂວາຂອງບາຣ໌ເປັນລາຄາປິດ
ນິ້ເປັນຕັວຢ່າງຂອງ bar chart ຂອງ EUR/USD
ໝາຍເຫດ:
ຄຳວ່າ “bar” ໝາຍເຖິງຂີດໜຶ່ງຂີດເທິງຊາຣົ໌ດ bar 1 bar ສະແດງໜຶ່ງຊ່ວງເວລາ
ບໍ່ວ່າຈະເປັນໜຶ່ງມື້ ໜຶ່ງອາທິດ ຫລືໜຶ່ງຊັ່ວໂມງ ເມື່ອເຈົ້າເຫັນຄຳວ່າ ‘bar’ ເຈົ້າກໍຕ້ອງຮູ້ວ່າມັນຢູ່ໃນຊ່ວງເວລາ
( time frame ) ໃດ
Bar charts ອາດຈະເອີ້ນວ່າ “OHLC” ເພາະວ່າ ກຣາຟເຫຼົ່ານີ້ບອກໄດ້ເຖິງລາຄາເປີດ ລາຄາສູງສຸດ ລາຄາຕ່ຳສຸດ
ແລະລາຄາປິດ (the Open, the
High, the Low, and the Close) ສຳລັບຄ່າເງີນຄ່າເງີນໜຶ່ງ ຕາມຕົວຢ່າງດັ່ງນີ້
Open: ເສັ້ນແນວນອນທາງຊ້າຍເປັນລາຄາເປີດ
High: ຈຸດຍອດຂອງເສັ້ນແນວຕັ້ງບອກເຖິງລາຄາທີ່ສູງທີ່ສຸດຂອງເວລາທີ່ໃຊ້ຢູ່
Low: ຈຸດຕ່ຳສຸດຂອງເສັ້ນແນວຕັ້ງ
ບອກເຖິງລາຄາທີ່ຈຸດຕ່ຳສຸດຂອງເວລາທີ່ໃຊ້ຢູ່
Close: ເສັ້ນແນວນອນທາງດ້ານຂວາຄືລາຄາປິດ
3 . Candlestick
Charts
ຫຼືອີກຊື່ໜຶ່ງກໍຄືກຣາຟແທ່ງທຽນຊຶ່ງສະແດງຂໍ້ມູນປະເພດດຽວກັນກັບ bar chart, ແຕ່ວ່າໃນຮູບແບບທີ່ເບິ່ງດີກວ່າ
ແລະມີມິຕິຫລາຍກວ່າ
ກຣາຟແທ່ງທຽນສາມາດບອກລາຄາສູງສຸດແລະຕ່ຳສຸດດ້ວຍການໃຊ້ເສັ້ນແນວຕັ້ງແນວນອນ ຢ່າງໃດກໍຕາມກຣາຟແທ່ງທຽນ
ມີກ໋ອງສີ່ຫຼ່ຽມໃຫຍ່ໆ ຢູ່ສູນກາງໃນໄລຍະລະຫວ່າງ ລາຄາເປີດກັບລາຄາປິດ ໂດຍທັ່ວໄປແລ້ວ ຖ້າບລັອກທີ່ຢູ່ສູນກາງມີສີ
ສະແດງວ່າຄ່າເງິນນັ້ນປິດຕ່ຳກວ່າລາຄາເປີດ
ຕາມຕົວຢ່າງຂ້າງລຸມ
ສີ່ທີ່ເຕີມລົງໄປເປັນສີດຳ ສຳລັບເສັ້ນດ້ານເທິງຂອງບລັອກເປັນລາຄາເປີດ ແລະເສັ້ນດ້ານລຸມຂອງກ໋ອງສີ່ຫຼ່ຽມເປັນລາຄາປິດ
ຖ້າລາຄາປິດສູງກວ່າລາຄາເປີດ ບລັອກກໍຈະມີສີຂາວ ຫລືວ່າບໍ່ມີສີໃດ ໆ
ຮູບຮ່າງທັ່ວໄປຂອງແທ່ງທຽນ
General Of CandleStick Sharp
ແທ່ງ
ທຽນຈະປະກອບດ້ວຍ ລາຄາປິດ ລາຄາເປີດ ລາຄາຕ່ຳສຸດ ລາຄາສູງສຸດ ຊຶ່ງໄລຍະລະຫວ່າງລາຄາປິດແລະລາຄາເປີດເຮົາຈະເອີ້ນວ່າ
ຕົວແທ່ງ ( Body) ໄສ້ທຽນດ້ານເທິງ
ຄື Upper Shadow ແລະ ໄສ້ທຽນດ້ານລຸມ Lower Shadow
ກຣາຟແທ່ງທຽນຈະບອກລາຄາສູງສຸດ
ຕ່ຳສຸດ ແລະລາຄາເປີດ ແລະລາຄາປິດ
• ຖ້າລາຄາປິດສູງກວ່າລາຄາເປີດແລ້ວກຣາຟແທ່ງທຽນກໍຈະຖືກວາດຂຶ້ນ(ປົກກະຕິຈະເປັນສີຂາວ)
• ຖ້າລາຄາປິດຢູ່ຕ່ຳກວ່າລາຄາເປີດ
ກຣາຟແທ່ງທຽນກໍຈະຖືກວາດຂຶ້ນ(ປົກກະຕິເປັນສີດຳ)
• ສິ່ງທີ່ຖືກວາດຫລືວ່າທີ່ເຕີມສີລົງໄປນັ້ນເອີ້ນວ່າຕົວແທ່ງທຽນ
ຫລືວ່າ body
• ເສັ້ນບາງໆ ທີ່ທະລຸຂຶ້ນຂ້າງເທິງຫລືຂ້າງລຸມຂອງຕົວ body ສະແດງໃຫ້ເຫັນລາຄາຕ່ຳສູງເປັນໄສ້ທຽນ
• ທີ່ຈຸດສູງສຸດຂອງໄສ້ທຽນເອີ້ນວ່າ
“high”.
• ທີ່ຈຸດຕ່ຳສຸດຂອງໄສ້ທຽນເອີ້ນວ່າ
“low”.
ສ່ວນຮູບດ້ານລຸມເປັນຮູບແບບພື້ນຖານຂອງກຣາຟ Candlestick
ນິ້ເປັນຕົວຢ່າງຂອງ Candlestick Charts ຂອງ EUR/USD
|