ຄວາມໝາຍຂອງສັບໃນໂປຣແກຣມ MT4 ແລະຄຳສັບພື້ນຖານທີ່ໃຊ້ກັນໂດຍທັ່ວໄປໃນການເທຣດ Forex, ປະເພດໂບຣກເກີຣ໌
Leverage ແມ່ນຫຍັງ?
Up Trend ແມ່ນຫຍັງ?
Spread ແມ່ນຫຍັງ?
Down Trend ແມ່ນຫຍັງ?
Swap ແມ່ນຫຍັງ?
Time Frame ແມ່ນຫຍັງ?
Profit ແມ່ນຫຍັງ?
Lots size ແມ່ນຫຍັງ?
Balance ແມ່ນຫຍັງ?
Buy,Long ແມ່ນຫຍັງ?
Equity ແມ່ນຫຍັງ? Sell,Short ແມ່ນຫຍັງ?
Margin ແມ່ນຫຍັງ?
Symbol ແມ່ນຫຍັງ?
Free Margin ແມ່ນຫຍັງ?
Pending Order ແມ່ນຫຍັງ?
Margin Level ແມ່ນຫຍັງ?
Buy Limit ແມ່ນຫຍັງ?
Bid ແມ່ນຫຍັງ?
Sell Limit ແມ່ນຫຍັງ?
Ask ແມ່ນຫຍັງ?
Buy
Limit ແມ່ນຫຍັງ?
Pip ແມ່ນຫຍັງ?
Sell Stop ແມ່ນຫຍັງ?
Take Profit ແມ່ນຫຍັງ?
Place Order ແມ່ນຫຍັງ?
Stop Loss ແມ່ນຫຍັງ?
Target ແມ່ນຫຍັງ?
Sideway ແມ່ນຫຍັງ?
Template ແມ່ນຫຍັງ?
Bearish ແມ່ນຫຍັງ?
Indicators ແມ່ນຫຍັງ?
Bullish ແມ່ນຫຍັງ?
Hedging ແມ່ນຫຍັງ?
EA ແມ່ນຫຍັງ?
Requote ແມ່ນຫຍັງ?
Scalping ແມ່ນຫຍັງ?
Dealing Desk/DD ແມ່ນຫຍັງ?
Scalpers ແມ່ນຫຍັງ?
No Dealing Desk/NDD ແມ່ນຫຍັງ?
Leverage ແມ່ນຫຍັງ?
Leverage ຈະເປັນຕົວກຳນົດ Margin ທີ່ເຮົາໃຊ້ໃນການເປີດອໍເດີຣ໌ແຕ່ລະເທື່ອ Leverage ໂດຍປົກກະຕິຈະມີໃຫ້ເລືອກຕັ້ງແຕ່ 1:100 ຈົນເຖິງ 1:500 ຖ້າ Leverage ຫຼາຍ ຈຳນວນ Margin ທີ່ໃຊ້ກໍຈະໜ້ອຍລົງ ສຳລັບຈຳນວນ Margin ທີ່ຕ້ອງໃຊ້ກໍຄິດງ່າຍໆກໍຄືທີ່ Leverage 1:500 ຖ້າເຮົາເທຣດທີ່ 0.1 lot (1 pip ເທົ່າກັບ $1) ຈະໃຊ້ Margin ປະມານ $20-$30 ຖ້າເປັນ Leverage 1:100 ກໍຈະໃຊ້ Margin ເທົ່າກັບ $100 - $150 ($20*5 - $30*5) ເຊຶ່ງຄ່າ Margin ທີ່ໃຊ້ກໍຈະປ່ຽນແປງໄປໄດ້ຕາມລາຄາຂອງສະກຸນເງິນ
Spread ແມ່ນຫຍັງ?
Spread ຄືສ່ວນຕ່າງຂອງລາຄາ Bid ແລະ ລາຄາ Ask ໜ່ວຍເປັນຈຳນວນ pip ເຊິ່ງລາຄາ Bid ກໍຄືລາຄາທີ່ເຮົາຈະທຳການຂາຍ Ask ກໍຄືລາຄາທີ່ເຮົາຈະທຳການຊື້ ເຊິ່ງລາຄາ Bid ຈະໜ້ອຍກວ່າລາຄາ Ask ສະເໝີ ຕົວຢ່າງເຊັ່ນຄູ່ EUR/USD ມີລາຄາ Bid ເປັນ 1.5540 ລາຄາ Ask ເປັນ 1.5541 ດັ່ງນັ້ນ Spread ຈະມີຄ່າເທົ່າກັບ 1 pip ເຊິ່ງ Spread ກໍຄືກັບຄ່າທຳນຽມຂອງໂບຣກເກີຣ໌ ທີ່ຄິດໄລ່ກັບເຮົານັ້ນເອງ
ຖ້າມີຄ່າໜ້ອຍຍຶ່ງດີ
Swap ແມ່ນຫຍັງ?
Swap ຄືດອກເບ້ຍທີ່ເຮົາຈະໄດ້ຫຼືເສຍໄປເມື່ອເຮົາທຳການເປີດອໍເດີຣ໌ຖຶ້ມໄວ້ຂ້າມຄືນ
ຄິດຕາມເວລາ server ຂອງແຕ່ລະໂບຣກເກີຣ໌
ກໍາໄລ ແມ່ນຫຍັງ?
ການໄດ້ກຳໄລ
ຫຼື ການຂາດທຶນ
Balance ແມ່ນຫຍັງ?
ຈໍານວນເງິນທີ່ບໍ່ລວມເອົາກໍາໄລຫຼືຂາດທຶນຂອງອໍເດີຣ໌ທີ່ເປີດຢູ່.
Equity ແມ່ນຫຍັງ?
ຈໍານວນເງິນທັງຫມົດກໍາໄລຫຼືຂາດທຶນຂອງອໍເດີຣ໌ທີ່ຍັງເປີດຢູ່.
Margin ແມ່ນຫຍັງ?
Margin ຄືກັບຄ່າມັດຈຳທີ່ເຮົາຕ້ອງໃຊ້ໃນການເປີດ Order ແຕ່ລະເທື່ອ ແລະ ກໍຈະເພີ່ມກັບເຂົ້າໄປໃນບັນຊີເໝືອນເດີມເມື່ອທຳການປິດອໍເດີຣ໌
ຖ້າໃສ່ຈຳນວນ Lot ໃນການເປີດອໍເດີຣ໌ຫຼາຍເທົ່າໃດ ຈຳນວນ Margin ທີ່ໃຊ້ກໍຈະເພີ່ມຫຼາຍຂຶ້ນ
Free Margin ແມ່ນຫຍັງ?
ແມ່ນຈຳນວນ Margin ທີ່ເຫຼືອເພື່ອໄວ້ສຳລັບເປີດອໍເດີຣ໌
Margin Level ແມ່ນຫຍັງ?
ມີຄ່າເທົ່າກັບ Equity/ Margin * 100 ເປັນອັດຕາສ່ວນລະຫວ່າງ Equity ກັບ Margin ຍິ່ງຫຼາຍຍິ່ງດີ ຖ້າຍັງເຫຼືອໜ້ອຍຕ່ຳກວ່າປະມານ 50% ອໍເດີຣ໌ ກໍຈະຖືກປິດໃຫ້ໂດຍອັດໂນມັດ ເຊິ່ງແຕ່ລະບັນຊີກໍຈະມີລະດັບ Margin Call Level ທີ່ແຕກຕ່າງກັນ ຈະຢູ່ໃນສ່ວນຂອງກົດ Margin Call ຂອງແຕ່ລະໂບຣກເກີຣ໌
Bid ແມ່ນຫຍັງ?
ລາຄາສະເໜີຊື້
Ask ແມ່ນຫຍັງ?
ລາຄາສະເໜີຂາຍ
ໃນຕາຕາລາງສະແດງລາຄາ Forex ຈະປະກອບດ້ວຍ Bid ແລະ Ask ລາຄາ Bid ຈະຕ່ຳກວ່າລາຄາ Ask ສະເໝີ
Bid ຄືລາຄາທີ່ Dealer ກຳລັງຈະຊື້ Base
Currency ສຳລັບ Forex ແບບນີ້ໝາຍຄວາມວ່າ Bid ກໍຄືລາຄາທີ່ທ່ານຈະຂາຍ
( Sell )
Ask ຄືລາຄາທີ່ Dealer ກຳລັງຈະຂາຍ Base
Currency ສຳລັບ Forex ແບບນີ້ໝາຍຄວາມວ່າ Ask ກໍຄືລາຄາທີ່ທ່ານຈະຊື້
( Buy )
ສ່ວນຕ່າງລະຫວ່າງ ລາຄາ Bid ແລະ Ask ສ່ວນໃຫຍ່ຈະຮູ້ຈັກກັນດີ
ທີ່ເອີ້ນວ່າ Spread
Pip ແມ່ນຫຍັງ?
ໃຊ້ສຳລັບນັບຈຸດການເຄື່ອນຕັວຂອງລາຄາ ຫຼື ບາງຄົນອາດຈະເອີ້ນວ່າ point ກໍໄດ້
Take Profit ແມ່ນຫຍັງ?
ຕັ້ງລາຄາຄາດວ່າຈະເກັບກຳໄລ
Stop Loss ແມ່ນຫຍັງ?
ຕັ້ງລາຄາຍອມຮັບການຂາດທຸນ
Sideway ແມ່ນຫຍັງ?
ລາຄາເຄື່ອນທີຂຶ້ນລົງຕັດກັນເປັນແນວຂະໜານ
Bearish ແມ່ນຫຍັງ?
ພາວະຕະຫຼາດເປັນຂາລົງເອີ້ນວ່າ Bearish ຫຼືຕະຫຼາດພາວະໝີ
Bullish ແມ່ນຫຍັງ?
ພາວະຕະຫຼາດເປັນຂາຂຶ້ນເອີ້ນວ່າ Bullish ຫຼືຕະຫຼາດພາວະກະທິງ
EA ແມ່ນຫຍັງ?
ຫຍໍ້ມາຈາກຄຳວ່າ Expert Advisor
Scalping ແມ່ນຫຍັງ?
ການເປີດອໍເດີຣ໌ໄລຍະສັ້ນເກັບທີ່ 1-15
pips
Scalpers ແມ່ນຫຍັງ?
ການເປີດອໍເດີຣ໌ໄລຍະກາງເກັບທີ່ 20 pips
Up Trend ແມ່ນຫຍັງ?
ພາວະຕະຫຼາດເປັນຂາຂຶ້ນ
Down Trend ແມ່ນຫຍັງ?
ພາວະຕະຫຼາດເປັນຂາລົງ
Time Frame ແມ່ນຫຍັງ?
ກອບເວລາ ຫຼື ຊ່ວງເວລາ ຕົວຫຍໍ້ TF
Lots size ແມ່ນຫຍັງ?
ຂະໜາດຂອງສັນຍາ ຫຼື ຈຳນວນທີ່ຈະເປີດນັ້ນເອີ້ນວ່າ Lots
Buy,Long ແມ່ນຫຍັງ?
ເປີດທໍາການຊື້ ຂຶ້ນ ຫຼືເອີ້ນວ່າ Long
Sell,Short ແມ່ນຫຍັງ?
ເປີດທຳການຂາຍລົງ ຫຼື ເອີ້ນວ່າ Short
Symbol ແມ່ນຫຍັງ?
ສັນຍະລັກຂອງຄູ່ເງີນເຊັ່ນ Euro/US
dollar ຄື EUR/USD
Pending Order ແມ່ນຫຍັງ?
ການຕັ້ງລາຄາ ຊື້-ຂາຍ ລ່ວງໜ້າ
Buy Limit ແມ່ນຫຍັງ?
ການຕັ້ງ buy ລ່ວງໜ້າ ໂດຍລາຄາປະຈຸບັນ ສູງກວ່າລາຄາທີ່ຕັ້ງ
(ເຄື່ອນທີ່ລົງມາຕໍາ pending ແລ້ວຄາດວ່າຈະຂຶ້ນ)
Sell Limit ແມ່ນຫຍັງ?
ການຕັ້ງ sell ລ່ວງໜ້າ ໂດຍລາຄາປະຈຸບັນ ຕ່ຳກວ່າລາຄາທີ່ຕັ້ງ
(ເຄື່ອນທີ່ຂຶ້ນໄປຕຳ pending ແລ້ວຄາດວ່າຈະລົງ)
Buy Stop ແມ່ນຫຍັງ?
ການຕັ້ງ buy ລ່ວງໜ້າ ໂດຍລາຄາປະຈຸບັນ ຕ່ຳກວ່າລາຄາທີ່ຕັ້ງ
(ເຄື່ອນທີ່ຂຶ້ນໄປຕຳ pending ແລ້ວຄາດວ່າຈະຂຶ້ນຕໍ່)
Sell Stop ແມ່ນຫຍັງ?
ການຕັ້ງ sell ລ່ວງໜ້າ ໂດຍລາຄາປະຈຸບັນ ສູງກວ່າລາຄາທີ່ຕັ້ງ
(ເຄື່ອນທີ່ລົງມາດນ pending ແລ້ວຄາດວ່າຈະລົງຕໍ່)
Place ແມ່ນຫຍັງ?
ວາງຄຳສັ່ງ ຊື້ ຫຼື ຂາຍ
Target ແມ່ນຫຍັງ?
ເປົ້າໝາຍລາຄາທີ່ວາງໄວ້ ຫຼື ເປົ້າໝາຍກຳໄລທີ່ຕັ້ງໄວ້
Template ແມ່ນຫຍັງ?
ການນຳ indicators ຕ່າງໆມາ Mix ທັງຫມົດກັນ ແລະ save ເພື່ອໃຊ້ໃນເທື່ອຕໍ່ໄປເອີ້ນວ່າ Template
Indicators ແມ່ນຫຍັງ?
ຕົວບົ່ງຊີ້, ຕົວຊີ້ບອກ, ເຄື່ອງຊີ້ບອກ ເຊັ່ນ ZigZag Level, RSI,
MACD ແລະ ອີກຫຼາຍໆຕົວ
Hedging ແມ່ນຫຍັງ?
ຄືການເປີດອໍເດີຣ໌ທັງຊື້ (buy) ແລະ ຂາຍ (sell) ທີ່ສະກຸນເງິນດຽວກັນໃນເວລາດຽວກັນເອິ້ນວ່າ Hedging
Requote ແມ່ນຫຍັງ?
ການປ່ຽນໄປຈາກລາຄາເດີມ ເຊັ່ນສົ່ງຄຳສັ່ງໄປທີ່ລາຄາ 1.5000 ລາຄາທີ່ server ໄດ້ປ່ຽນໄປແລ້ວຈາກລາຄາ 1.5000 ຈະມີ Pop Up ເດັ້ງຂຶ້ນວ່າ Requote
Broker ແບ່ງອອກເປັນ 2 ປະເພດ.

1.Dealing Desk /DD ຫຼື Market Makers
2.No Dealing Desk/NDD
1.Dealing Desk /DD ແມ່ນຫຍັງ ?
ຄື ໂບຣກເກີຣ໌ທີ່ດຳເນີນການຜ່ານເຄົານ໌ເຕີຣ໌ຈັດການ
(DD) ໂບຣກເກີຣົ໌ດຈະມີລາຍໄດ້ຈາກຄ່າເປຣດຄື
ໂບຣກເກີຣ໌ທີ່ດຳເນີນການຜ່ານເຄົານ໌ເຕີຣ໌ຈັດການ (DD) ໂບຣກເກີຣົ໌ດຈະມີລາຍໄດ້ຈາກຄ່າເປຣດ
2.No Dealing Desk/NDD ແມ່ນຫຍັງ?
ແປຕາມຕົວເລີຍ No Dealing Desk (NDD) ກໍຄື
ໂບຣກເກີຣ໌ທີ່ບໍ່ສົ່ງຄຳສັ່ງຊື້-ຂາຍຂອງລູກຄ້າຜ່ານເຄົານ໌ເຕີຣ໌
(DD)ຈະສົ່ງເຂົ້າຕະຫຼາດໝົດ ບໍ່ມີການຈັບຄຳສັ່ງຊື້-ຂາຍຂອງລູກຄ້າກິນເອງ ແບ່ງເປັນ 2 ປະເພດ
1.ECN ແມ່ນຫຍັງ?
ECN ຫຍໍ້ມາຈາກ Electronic Communication Network ຄື ລະບົບອັດຕະໂນມັດເພື່ອເກັບຄຳສັ່ງທີ່ເໝືອນກັນ
ໂບຣກເກີຣ໌ຈະຈັບຄູ່ຄຳສັ່ງຂອງລູກຄ້າໃນເຄືອຂ່າຍ ECN ເຊິ່ງລູກຄ້າໃນເຄືອຂ່າຍອາດຈະເປັນ ທະນາຄານ,ກອງທຶນ, ນັກເທຣດລາຍຍ່ອຍ, ໂບຣກເກີຣ໌ອື່ນ ໆ
2.STP ແມ່ນຫຍັງ?
STP ຫຍໍ້ມາຈາກ Straight Through Processing ຄື ໂບຣກເກີຣ໌ທີ່ປະມູນໂດຍກົງກັບຜູ້ໃຫ້ບໍລິການສະພາບຄ່ອງ
ເຊິ່ງສາມາດເຂົ້າເຖິງຕະຫຼາດລະຫວ່າງທະນາຄານໄດ້
ດ້ານລຸມເປັນພາບປຽບທຽບປະເພດຂອງໂບຣກເກີຣ໌
|