Ichimoku ໂດຍເນື່ອຫາຈະຢູ່ໃນຮູບແບບສະບັບຢໍ ສັ້ນ ກະທັດຫັດ ເພືອຈະໄດ້ງ່າຍຕໍ່ການທຳຄວາມເຂົາໃຈ
Ichimoku ແບ່ງແຍກອອກເປັນ 3 ສ່ວນ ທີ່ປະກອບດ້ວຍເສັ້ນຄ່າສະເລຍ 5 ເສັ້ນດັ່ງນີ້
ເສັ້ນຖອຍ (Chikou ຊີໂຄວ)ຄືເສັ້ນລາຄາປິດປະຈຸບັນທີ່ຂະຍັບຕົວກັບ 26 ຄັ້ງ
ເສັ້ນກາງ ຈະປະກອບດ້ວຍ 2 ເສັ້ນຄື ເສັ້ນຄືເສັ້ນ Tenkan(ເທິງກັງ)=ຄ່າສະເລ່ຍສູງສຸດ+ຕ່ຳສຸດ ÷ 2
ໃນ 9 ຄັ້ງ,ແລະເສັ້ນ Kijun (ຄິຈຸນ) = ຄືຄ່າສະເລ່ຍສູງສຸດ+ຕ່ຳສຸດ ÷ 2 ໃນ 26 ຄັ້ງค
ເສັ້ນຂະຍັບຫຼືກຸ່ມກ້ອນເມກ(Kumo ຄຸໂມະ) ປະກອບດ້ວຍ2 ເສັ້ນທີ່ Shif
ໄປຂ້າງໜ້າ 26 ຄັ້ງຄືເສັ້ນSenkou span A (ເຊັນໂຄວ ສະເປນເອ)=ຄ່າສະເລ່ຍຈາກ
Tenkun+Kijun ÷ 2, ແລະເສັ້ນ Senkou Span B (ເຊັນໂຄວ ສະເປນບີ) = ຄ່າສະເລ່ຍສູງສຸດ+ຕ່ຳສຸດ ÷ 2 ຄຳນວນຍ້ອນຫຼັງ 52 ຄັ້ງ
ຕົວຢ່າງອົງປະກອບຂອງເສັ້ນຕ່າງໆທີ່ຢູ່ໃນ Ichimoku

ການເລືອກໃຊ້ງານIchimoku ใน MT4 : ໃຫ້ໄປທີ່ Insert » indicators » trend » ichimoku kinko hyo
ປະໂຫຍດຂອງການນຳ Ichimoku ມາໃຊ້
ໂດຍເບິງຈາກເສັ້ນຄູ່ກາງ (Tenkan,Tenkan)ຖ້ແດງຕັດສີຟ້າຂື້ນ =ຊື້ ຖ້າແດງຕັດຟ້າລົງ=ຂາຍ
ຢື່ນຢັ້ນການເກີດເທຣດໃຫ່ຍໆ ໂດຍເບິງຈາກເສັ້ນຖອຍຕັດກັບເສັ້ນຂະຍັບຫຼືກຸ່ມກ້ອນເມກ (Chikou/Kumo)ຖ້າເສັ້ນຖອຍຕັດຂະຍັບຂື້ນ=ຈະເກີດເທນໃຫ່ຍຂາລົງ=ຈະເກີດເທນໃຫ່ຍຂາລົງບອກ
pattern ຂອງລາຄາວ່າກຳລັງຢູ່ໃນຊ່ວງໃດ ມີເທນຫຼືໄຊເວ້ຍໂດຍເບິງຈາກຕຳແໜ່ງຂອງແທ່ງທຽນກັບກຸ່ມກ້ອນເມກເປັນແນວຮັບແນວຕ້ານ ໂດຍເບິງຈາກເສັ້ນຂະຍັບຫຼືກຸ່ມກ້ອນເມກກກັບແທ່ງທຽນ
ບອກຈຸດທີ່ລາຄາຈະມີການສະວິງຕົວແຮງໆຕາມbreak out
1 ບອກຈຸດຊື້-ຂາຍ ຈາກເສັ້ນຄູ່ກາງ Tenkan vs Kijun
ເສັ້ນຄູ່ກາງມີ 2 ເສັ້ນ ຄືເສັ້ນ Tenkan (ເທັນກັງ)ກັບເສັ້ນ Kijun (ຄີຈຸນ)ໂດຍປົກກະຕິຖ້າເຮົາinsert ເຂົ້າມາຕາມຕົ້ນແບບເດີມໆເສັ້ນTenkanຈະເປັນສີແດງ ເສັ້ນ Kijun
ຈະເປັນສີຟ້າ ທັງສອງເສັ້ນນີ້ຈະເຮັດໜ້າທີ່ບອກຈຸດຫຼືສັນຍານຂື້-ຂາຍຫຼືແນວໂນມໄລຍະສັ້ນໆມີວິທີຈຳງ່າຍໆກໍຄື ຄູ່ເສັ້ນສີແດງ (Tenkan) ເປັນຫຼັກ ຖ້າຕັດເສັ້ນສີຟ້າລົງໃຫ້ຂາຍນັ້ນເອງ ຂໍໃຫ້ເບິງຕາມພາບຕົວຢ່າງ
ຢື່ນຢັ້ນການເກີດເທຣນໃຫ່ຍໆ Chikou vs Kumo
ການຢື່ນຢັ້ນວ່າຈະມີເທຣນໃຫ່ຍໆເກີດຂື້ນ ກໍ່ອາໄສການຕັດກັນຂອງເສັ້ນຖອຍກັບເສັ້ນຂະຍັບ ປົກກະຕິເສັ້ນຖອຍ(Chikou)ຕາມຕົ້ນແບບຫຼັງຈາກinsert ເຂົ້າມາຈະເປັນເສັ້ນສີຂຽວ(ນິຍົມໃຊ້ສີເດີມຕາມຕົ້ນສະບັບ)ສ່ວນເສັ້ນຂະຍັບ(Kumo)
ຫຼືທີ່ເອີນວ່າກຸ່ມກ້ອນເມກນັ້ນທີ່ເກີດຈາກເສັ້ນສອງເສັ້ນຮ່ວມເຂົ້າດ້ວຍກັນ ຄືເສັ້ນSenkou span A ກັບເສັ້ນ Senkou span B ເຮັດໃຫ້ເກີດກ້ອນເມກຂື້ນ ຖ້າສອງເສັ້ນນີ້ຢູ່ຫ່າງກກັນກໍ່ຈະເປັນກ້ອນເມກໃຫ່ຍ
ຖ້າໄກ້ກັນກໍ່ເປັນກ້ອນເມກນ້ອຍ ຖ້າໃກ້ກັນຫຼາຍໆ ກໍຈະເປັນແຄ່ຮູບເປັນເສັ້ນ ໃນການຢື່ນຢັ້ນການເກີດເທຣນ ມີວິທີ່ການຈຳງ່າຍໆກໍຄືເສັ້ນຖອຍຕັດເສັ້ນຂະຍັບຂື້ນ=ອາດເກີດເທຣນໃຫ່ຍຂາຂື້ນ ຖ້າເສັ້ນຖອຍຕັດເສັ້ນຂະຍັບລົງ=ອາດເກີນເທຣນໃຫ່ຍຂາລົງຕາມຕົວຢ່າງ

ໝາຍເຫດ:ສີຕົວເມກທີ່ເປັນເສັ້ນ Kumo ອາດຈະແຕກຕ່າງກັນໄປຕາມທີ່ແຕ່ລະທ່ານໄດ້ເຊັນໄວ້
3.ບອກ pattern ຂອງລາຄາວ່າກຳລັງຢູ່ໃນຊ່ວງໃດ Candlesticks vs Kumo
pattern ຂອງລາຄາກຳລັງຢູ່ໃນຊ່ວງໃດ ຄູ່ໃດຈາກຕຳແໜ່ງຂອງແທ່ງທຽນທີ່ຢູ່ກັບກຸ່ມກ້ອນເມກ ທຳຄວາມເຂົາໃຈງ່າຍໆກໍຄື
ຖ້າລາຄາ(ແທ່ງທຽນ)ຍັງຢູ່ເໜືອກ້ອນເມກ ສະແດງວ່າຍັງເປັນແນວໂນ້ມຂາຂື້ນ
ຖ້າລາຄາ(ແທ່ງທຽນ)ຍັງຢູ່ໃຕ້ກ້ອນເມກ ສະແດງວ່າຍັງເປັນແນວໂນ້ມຂາລົງຢູ່
ຖ້າລາຄາ(ແທ່ງທຽນ)ຢູ່ໃນZone ກ້ອນເມກຢູ່ຍັງບໍ່ຕິດຫຼືພຸ່ງໄປໃສ່ສະແດງວ່າລາຄາຍັງຢູ່ໃນຮູບແບບ(ແພດເທຣນ)ໄຊສ໌ເວ້ຍ
ຕົວຢ່າງການບອກ pattern ຂອງລາຄາຈາກ Candlesticks vs Kumo

ເປັນແນວຮັບ-ແນວຕ້ານ Candlesticks vs Kumo
ເສັ້ນຂະຍັບຫຼືກຸ່ມກ້ອນເມກສາມາດເປັນໄດ້ທັງແນວຮັບແລະແນວຕ້ານໂດຍເບິງຈາກ
ເປັນແນວຮັບເມືອລາຄາ(ແທ່ງທຽນ)ຢູ່ເໜືອກຸ່ມກ້ອນເມກ
ເປັນແນວຕ້ານເມືອລາຄາ(ແທ່ງທຽນ)ຢູ່ໃຕ້ກຸ່ມກ້ອນເມກ
ຖ້າຫາກລາຄາສາມາດທະລຸແນວຮັບ ຫຼື ແນວຕ້ານໄດ້ເມືອໃດນັ້ນໝາຍເຖິງລາຄາອາດເກີດການປ່ຽນເທຣນໄດ້
ຕົວຢ່າງ ການທຳໜ້າທີ່ເປັນທັງແນວຮັບ-ແນວຕ້ານຂອງKumo(ກຸ່ມກ້ອນເມກ)

5ໝາຍເຫດ:ສີຕົວເມກທີ່ເປັນເສັ້ນ Kumo ອາດຈະແຕກຕ່າງກັນໄປຕາມທີ່ແຕ່ລະທ່ານໄດ້ເຊັນໄວ້
